HOTLINE:

|

ນະໂຍບາຍການຮັກສາຄວາມປອດໄພຂອງຂໍ້ມູນສ່ວນຕົວ

1. ຈຸດປະສົງ ແລະ ຂອບເຂດຂອງການເກັບກໍາຂໍ້ມູນ: ການເກັບກໍາຂໍ້ມູນສ່ວນໃຫຍ່ແມ່ນເກັບຢູ່ໃນເວັບໄຊທ https://rssp.lca.la, ຂໍ້ມູນທີ່ຖືກເກັບກໍາຈະມີ: ອີເມລ,ເບີໂທລະສັບ, ຊື່ຜູ້ໃຊ້, ລະຫັດຜ່ານ, ທີ່ຢູ່ຂອງລູກຄ້າ (ສະມາຊິກ). ເຊິ່ງເປັນຂໍ້ມູນທີ່ https://rssp.lca.la ກໍານົດໃຫ້ສະມາຊິກແຈ້ງເພື່ອລົງທະບຽນນໍາໃຊ້ການບໍລິການ ແລະ ໃຫ້ https://rssp.lca.la ຕິດຕໍ່ຫາລູກຄ້າ ເພື່ອຢືນຢັນເມື່ອລູກຄ້າລົງທະບຽນນໍາໃຊ້ການບໍລິການຢູ່ໃນເວັບໄຊທ ເພື່ອປົກປ້ອງຜົນປະໂຫຍດຂອງລູກຄ້າ. ໃນລະຫວ່າງຂັ້ນຕອນການເຮັດທຸລະກໍາການຊໍາລະຢູ່ເທິງ ເວັບໄຊທ https://rssp.lca.la, ພວກເຮົາຈະເກັບກໍາຂໍ້ມູນລາຍລະອຽດຂອງສະມາຊິກທີ່ໄດ້ຊຳ້ລະເງີນແລ້ວເທົ່ານັ້ນ, ສ່ວນຂໍ້ມູນກ່ຽວກັບເລກບັນຊີທະນາຄານຈະບໍ່ຖືກບັນທຶກໄວ້ໃນລະບົບ. ສະມາຊິກຈະຕ້ອງຮັບຜິດຊອບຕໍ່ການເກັບຮັກສາຄວາມລັບ ແລະ ການເກັບຮັກສາຂໍ້ມູນຂອງທຸລະກໍາແຕ່ພຽງຜູ້ດຽວໂດຍໃຊ້ການບໍລິການພາຍໃຕ້ຊື່ຜູ້ໃຊ້,ລະຫັດຜ່ານ ແລະ ກ່ອງຂໍ້ຄວາມທີ່ລົງທະບຽນໄວ້, ນອກຈາກນີ້, ສະມາຊິກຍັງຕ້ອງມີຄວາມຮັບຜິດຊອບໃນການສະໜອງຂໍ້ມູນໃຫ້ແກ່ເວັບໄຊ https://rssp.lca.la, ກ່ຽວກັບການນໍາໃຊ້ໄປໃນທາງທີ່ຜິດກົດໝາຍ, ການລະເມີດ, ການລະເມີດຄວາມປອດໄພ ແລະ ການເກັບຮັກສາຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງບຸກຄົນທີສາມເພື່ອໃຊ້ມາດຕະການທີ່ເໝາະສົມ. 2. ຂອບເຂດຂອງການນຳໃຊ້ຂໍ້ມູນຂ່າວສານ: ພວກເຮົາໃຊ້ຂໍ້ມູນທີ່ສະມາຊິກໃຫ້ມາເພື່ອ: • ໃຫ້ການບໍລິການແກ່ສະມາຊິກ. • ລະບົບສົ່ງຂໍ້ມູນການລົງທະບຽນຂອງສະມາຊີກຕາມທີ່ຢູ່ທີ່ສະມາຊີກໃຫ້ໄວ້. • ລະບົບສົ່ງສື່ການໂຄສະນາ ຫຼື ເອກະສານໃນລະຫວ່າງການລົງທະບຽນ. • ລະບົບສົ່ງແຈ້ງການກ່ຽວກັບການແລກປ່ຽນຂໍ້ມູນລະຫວ່າງສະມາຊິກ ແລະ ເວັບໄຊ https://rssp.lca.la. • ປ້ອງກັນການເຄື່ອນໄຫວບັນຊີຂອງສະມາຊິກ ຫຼື ການປອມແປງສະມາຊິກ. • ຕິດຕໍ່ ແລະ ແກ້ໄຂບັນຫາກັບສະມາຊິກໃນກໍລະນີພິເສດ. • ຫ້າມໃຊ້ຂໍ້ມູນສ່ວນຕົວຂອງສະມາຊິກອື່ນທີ່ນອກເໜືອຈາກການກວດສອບ ແລະ ຕິດຕໍ່ພົວພັນກັບທຸລະກໍາຢູ່ທີ່ https://rssp.lca.la. • ໃນກໍລະນີທີ່ມີຂໍ້ກໍານົດທາງດ້ານກົດໝາຍ: ພວກເຮົາມີໜ້າທີ່ຮັບຜິດຊອບໃນການຮ່ວມມືສະໜອງຂໍ້ມູນສ່ວນຕົວຂອງສະມາຊິກຕາມການຮ້ອງຂໍຈາກອົງການຕຸລາການລວມທັງ: ການຈັດຫາສານ, ການສືບສວນຂອງເຈົ້າໜ້າທີ່ກ່ຽວຂ້ອງກັບການລະເມີດກົດໝາຍບາງຢ່າງຂອງລູກຄ້າ. ນອກຈາກນີ້, ຈະບໍ່ມີບຸກຄົນໃດມີສິດລະເມີດຂໍ້ມູນສ່ວນຕົວຂອງສະມາຊິກ. 3. ເວລາເກັບຮັກສາຂໍ້ມູນ: ຂໍ້ມູນສ່ວນຕົວຂອງສະມາຊິກຈະຖືກເກັບຮັກສາໄວ້ຈົນກວ່າຈະມີການສະເໜີໃຫ້ລົບຂໍ້ມູນ ຫຼື ສະມາຊິກສາມາດດໍາເນີນການລົບຂໍ້ມູນດ້ວຍຕົນເອງໃນທຸກກໍລະນີຂໍ້ມູນຕົວຂອງບຸກຄົນຈະຖືກເກັບໄວ້ຢ່າງປອດໄພໃນເວັບໄຊທ https://rssp.lca.la. 4. ທີ່ຢູ່ຂອງໜ່ວຍງານທີ່ເກັບກຳ ແລະ ຈັດການຂໍ້ມູນສ່ວນຕົວ: ສູນອີນເຕີເນັດແຫ່ງຊາດ,ກະຊວງເຕັກໂນໂລຊີ ແລະ ການສື່ສານ. ທີ່ຢູ່: ບ້ານ ສາຍລົມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສ ປ ປ ລາວ. ອີເມວ: support@lca.la 5. ວິທີການແລະເຄື່ອງມືເພື່ອໃຫ້ສະມາຊິກເຂົ້າເຖິງ ແລະ ແກ້ໄຂຂໍ້ມູນສ່ວນຕົວ. ລົງຊື່ເຂົ້າໃສ່ບັນຊີຈຂອງຕົນ ແລະ ແກ້ໄຂຂໍ້ມູນສ່ວນຕົວຂອງບຸກຄົນ ຫຼື ຂໍໃນເວັບໄຊທ https://rssp.lca.la ເພື່ອແກ້ໄຂ. ສະມາຊິກມີສິດສົ່ງຄໍາຄິດເຫັນກ່ຽວກັບຄຸນນະພາບຂອງຜະລິດຕະພັນໃນເວລາຈັດສົ່ງໃນເວັບໄຊທhttps://rssp.lca.la ຫຼັງຈາກໄດ້ຮັບຄໍາຄິດເຫັນແລ້ວ https://rssp.lca.la ຈະຢືນຢັນຄວາມຄິດເຫັນ, ໃນກໍລະນີທີ່ມັນເປັນຄວາມຈິງຕາມທີ່ສະມາຊິກສະໄດ້ແດງຄວາມຄິດເຫັນໂດຍອີງຕາມລະດັບຄວາມສໍາຄັນ https://rssp.lca.la ຈະມີມາດຕະການຮັບມືຢ່າງວ່ອງໄວ. 6. ບຸກຄົນ ຫຼື ອົງການທີ່ໄດ້ຮັບອະນຸຍາດໃຫ້ເຂົ້າເຖິງຂໍ້ມູນສ່ວນຕົວ: RSSP ມຸ້ງໝັ້ນຈະບໍ່ໃຫ້ຂໍ້ມູນຮົ່ວໄຫຼໄປຍັງບຸກຄົນທີສາມຢ່າງໃດກໍຕາມບຸກຄົນ ແລະ ອົງກອນອື່ນໆອາດເຂົ້າເຖິງຂໍ້ມູນສ່ວນຕົວໄດ້ໃນຂໍ້ຍົກເວັ້ນບາງຢ່າງຕໍ່ໄປນີ້: ລຸກຄ້າຕົກລົງອະນຸຍາດທີ່ຈະເຜີຍແຜ່ຂໍ້ມູນສ່ວນຕົວ. ການຕອບສະໜອງຕໍ່ຄໍາຂໍ້ທາງດ້ານກົດໝາຍ ຫຼື ຈາກອໍານາດການປົກຄອງ ຫຼື ຖ້າ RSSP ເຫັນວ່າການໃຫ້ຂໍ້ມູນເປັນສິ່ງຈໍາເປັນ. ປະຕີບັດຕາມຂໍ້ກົດໝາດ ຫຼື ພາຍໃຕ້ກົດໝາຍ,ບໍໍວ່າກໍລະນີໃດກໍຕາມ RSSP ຈະແຈ້ງໃຫ້ລູກຄ້າຮັບຮູ້ທັນທີກ່ຽວກັບການເຜີຍແຜ່ຂໍ້ມູນສ່ວນຕົວ. 7. ຄວາມມຸ້ງໝັ້ນໃນການຮັກສາຂໍ້ມູນສ່ວນຕົວຂອງລູກຄ້າ: ຂໍ້ມູນສ່ວນຕົວຂອງສະມາຊິກໃນ https://rssp.lca.la ມຸງມັ້ນທີ່ຈະຮັກສາຄວາມລັບຢ່າງມີປະສິດທິພາບໂດຍ https://rssp.lca.la ຕາມນະໂຍບາຍການຮັກສາຂໍ້ມູນສ່ວນຕົວຂອງ https://rssp.lca.la ການຮວບຮວມ ແລະ ການໃຊ້ຂໍ້ມູນສ່ວນຕົວຂອງສະມາຊິກແຕ່ລະຄົນຈະສາມາດໃຊ້ໄດ້ກໍຕໍ່ເມື່ອໄດ້ຮັບການອະນຸຍາດຈາກລູກຄ້າຍົກເວັ້ນແຕ່ກົດໝາຍຈະກໍານົດໄວ້ເປັນຢ່າງອື່ນ ຂໍ້ມູນສ່ວນຕົວຂອງສະມາຊິກຈະບໍ່ສາມາດຖ່າຍໂອນໃຫ້ແກ່ບຸກຄົນທີສາມໂດຍບໍ່ໄດ້ຮັບອະນຸຍາດຈາກສະມາຊິກ. ໃນກໍລະນີທີເວັບໄຊທມີບັນຫາເຮັດໃຫ້ເກີດມີການສູນເສຍຂໍ້ມຸນສ່ວນຕົວ https://rssp.lca.la ຈະຮັບຜິດຊອບໃນການແຈ້ງໄປຍັງພາກສ່ວນທີ່ສາມາດກວດສອບ ແລະ ແຈ້ງໃຫ້ສະມາຊິກຮັບຮູ້ກ່ຽວກັບບັນຫາ
metop.info close
Hotline: | Email: